Welcome to SOKPHAXAY TRADING
ໂຊກພາໄຊການຄ້າ ຍິນດີຕ້ອນຮັບ
ໂຊກພາໄຊການຄ້າ ຍິນດີຕ້ອນຮັບ
ສົ່ງເສີມການຜະລິດ, ຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນສິນຄ້າກະສິກຳລາວ ໃຫ້ກາຍເປັນທີ່ຕ້ອງການຢ່າງແຜ່ຫຼາຍ ຂອງຜູ້ບໍລິໂພກທົ່ວໂລກ ພາຍໃນປີ 2030
Soukphaxay Company: Lao Agriculture Products for World Market
苏帕赛公司:老挝农产品走向世界市场
ບໍລິສັດ ໂຊກພາໄຊ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ, ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2022, ດຳເນີນທຸລະກິດຢ່າງຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ ລັດຖະບານ ແຫ່ງ ສປປ ລາວ. ທຸລະກິດຫຼັກຂອງພວກເຮົາໄດ້ ສຸມໃສ່ຜະລິດສິນຄ້າດ້ານກະສິກຳເປັນຕົ້ນ ເພື່ອໃຫ້ໄດ້ມາດຕະຖານ ໃນການສົ່ງອອກ, ຊື່ງປະກອບມີສີຄ້າດັ່ງນີ້: ມັນຕົ້ນ ແລະ ສາລີ (ສຳລັບຜະລິດອາຫານສັດ), ໝາກພຸກ, ໝາກກ້ຽງ, ໝາກນາວ, ໝາກນອດ ແລະ ຜັກປອດສານພິດ ແລະ ພວກເຮົາຍັງສາມາດນຳເຂົ້າສິນຄ້າຈາກຕ່າງປະເທດເພື່ອໃຊ້ເຂົ້າໃນການຜະລິດກະສິກຳ ເປັນຕົ້ນ ອາຫານ ແລະ ຢາ ສຳລັດສັດ, ເຄື່ອງຈັກ-ອຸປະກອນທຳການຜະລິດ, ຝຸ່ນ-ປຸຍ ຊີວະພາບ ແລະ ເຄື່ອງອຸປະໂພກ-ບໍລິໂພກປະຈຳວັນ ອິກດ້ວຍ.
ພວກເຮົາໄດ້ຂັບເຄື່ອນທຸລະກິດ ດ້ວຍວິໄສທັດ ຕັ້ງໃຈພັດທະນາ ແລະ ຮັບປະກັນຄຸນນະພາບສິນຄ້າຂອງພວກເຮົາ, ຕັ້ງແຕ່ຂັ້ນຕອນການພື້ນຖານການຜະລິດ ຈົນເຖີງ ສາມາດສົ່ງອອກເຖີງມືລຸກຄ້າ, ໂດຍຍຶດໝັ້ນແນວທາງມາດຕະຖານສາກົນ ຕະຫຼອດຂະບວນການທັງໝົດຂອງພວກເຮົາ.
ທີມງານຂອງພວກເຮົາປະກອບດ້ວຍຊ່ຽວຊານ ຜູ້ທີ່ມີປະສົບການ ແລະ ມີຄຸນວຸດທິທີ່ ມີຄວາມຊຳນານສະເພາະດ້ານກະສິກຳ, ການຄ້າ, ແລະ ການບໍລິຫານ. ຍິ່ງໄປກວ່ານັ້ນ, ພວກເຮົາໄດ້ສ້າງຕັ້ງຄູ່ຮ່ວມງານທີ່ເຂັ້ມແຂງ ໃນທົ່ວຂະແໜງການບໍລິການຕ່າງໆ, ເຊິ່ງເປັນຕົວເຊື່ອມໃນການບັນລຸເປົ້າໝາຍທຸລະກິດຂອງພວກເຮົາ. ໃນໄລຍະຜ່ານມາ, ພວກເຮົາມີປະສົບການ ໃນການຜະລິດສິນຄ້າກະສິກຳ ແລະ ໄດ້ສົ່ງອອກຜະລິດຕະພັນເຫຼົ່ານີ້ໄປຍັງຕະຫຼາດ ສປ ຈີນ ໄດ້ຢ່າງສຳເລັດ.
ພາລະກິດຫຼັກຂອງພວກເຮົາ ແນ່ໃສ່ສ້າງໃຫ້ເປັນ ໜື່ງໃນ ບໍລິສັດ ນຳເຂົ້າ-ສົ່ງອອກ ຊັ້ນນຳໃນປະເທດລາວ, ສະໜອງຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງໃຫ້ແກ່ຕະຫຼາດສາກົນ ສົ່ງເສີມຊາວກະສິກອນທ້ອງຖິ່ນ ແບບຍຸດທະຍາດການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ.
Established officially in 2022, Sokphaxay Trading Import-Export Sole Co., Ltd. operates in full compliance with the laws and regulations of the Lao People's Democratic Republic. Our core business is centered on the international import and export of agricultural products.
We are driven by the vision to develop and ensure the quality of our goods from the fundamental production stages through to successful exportation, consistently adhering to international standards throughout the entire process.
Our team comprises experienced and qualified professionals with specific expertise in agriculture, trade, and administration. Furthermore, we have cultivated strong partnerships across various sectors, which are instrumental in achieving our business objectives. Over the past period, we have gained significant experience in the production of agricultural goods, including dried cassava, dried corn, and fruits, successfully exporting these products to the Chinese market.
Our mission is to be a leading import-export company in Laos, providing high-quality agricultural products to international markets while supporting local farmers and promoting sustainable agricultural practices
老挝苏帕赛贸易进出口独资有限公司于2022年正式成立,完全遵守老挝人民民主共和国的法律法规。我们的核心业务专注于农产品的国际进出口贸易。我们的愿景是致力于从基础生产阶段到成功出口,在整个过程中始终坚持国际标准,不断发展和确保我们产品的质量。
我们的团队由经验丰富、能力出众的专业人士组成,他们在农业、贸易和行政管理方面拥有专业知识。此外,我们已在各个领域建立了稳固的合作伙伴关系,这对于实现我们的业务目标至关重要。在过去的一段时间里,我们在木薯干、玉米干和水果等农产品的生产方面积累了丰富的经验,并成功地将这些产品出口到了中国市场。
我们的使命是成为老挝领先的进出口公司,为国际市场提供高质量的农产品,同时支持当地农民并推广可持续的农业实践。
ພວກເຮົາພັດທະນາທຸກ ກິດຈະກຳຂອງບໍລິສັດ ໃຫ້ແທດເໝາະ ແລະ ກຽມຄວາມພ້ອມ ເພື່ອກ້າວສູ່ລະດັບສາກົນ