ພວກເຮົາຍີນດີຮັບພິຈາລະນາເປັນຄູ່ຮ່ວມທຸລະກິດຂົນສົ່ງຂອງທ່ານເພື່ອຮ່ວມກັນໃນການສົ່ງອອກ
ການເສີມສ້າງຄວາມເຂັ້ມແຂງ ດ້ານໂລຈິສຕິກ ແລະ ການຂົນສົ່ງ ເພື່ອສົ່ງອອກສິນຄ້າກະສິກໍາ ເປັນຫົວໃຈສໍາຄັນ ເພື່ອຮັບປະກັນ ການຮັກສາຄຸນນະພາບຂອງສິນຄ້າ, ການສົ່ງມອບສິນຄ້າເຖິງລູກຄ້າໃຫ້ທັນເວລາ ແລະ ການຮັກສາຄວາມສາມາດໃນການແຂງຂັນລະດັບໂລກ.
ປະເທດລາວ ຂ້ອນຂ້າງເສຍປຽບໃນຂອດການຂົນສົ່ງ ເນື່ອງຈາກຂາດພື້ນຖານໂຄງລ່າງດ້ານໂລຈິສຕິກ ເຮັດໃຫ້ຜູ້ສົ່ງອອກຕ້ອງຮັບພາລະຄ່າຂົນສົ່ງແພງ ກວ່າຫຼາຍປະເທດທີ່ສົ່ງອອກສິນຄ້າກະສິກໍາສູ່ຕະຫຼາດໂລກ. ສະນັ້ນ, ບໍລິສັດ ພວກເຮົາ ຕ້ອງສ້າງເຄືອຂ່າຍດ້ານໂລຈິສຕິກ ແລະ ການຂົນສົ່ງ ທີ່ເຂັ້ມແຂງ ເພື່ອຮັບປະກັນໃຫ້ສາມາດຂົນສົ່ງສິນຄ້າໄປຫາຕະຫຼາດໄດ້ທັນເວລາ, ລາຄາທີ່ສົມເຫດສົມຜົນ. ພ້ອມນັ້ນ, ກໍຕ້ອງສ້າງຖານຂໍ້ມູນຄວາມຕ້ອງການດ້ານເຕັກນິກປະເທດນໍາເຂົ້າ ເຊັ່ນ: ການໂຮມຢາ, ການແຊ່ເຢັນ, ການຢັ້ງຢືນສຸຂານະໄມພືດ, ການອະນຸຍາດນໍາເຂົ້າ ແລະ ການແຈ້ງພາສີນໍາເຂົ້າ ເພື່ອເຮັດໃຫ້ດໍາເນີນຂັ້ນຕອນການສົ່ງອອກ ແລະ ນໍາເຂົ້າ ໃຫ້ຄ່ອງຕົວ ຫຼີກລ້ຽງບັນຫາສິນຄ້າຄ້າງຢູ່ດ່ານ ເປັນເວລາດົນ ເຊິ່ງຈະສົ່ງຜົນກະທົບຕໍ່ຄຸນນະພາບ ແລະ ຄວາມໜ້າເຊື່ອຖືຂອງລູກຄ້າ.
Strengthening logistics and transportation for agricultural product exports is a crucial core to ensure product quality is maintained, goods are delivered to customers on time, and global competitiveness is preserved.
Laos is at a disadvantage in transportation due to a lack of logistics infrastructure, which burdens exporters with higher shipping costs compared to many other agricultural exporting countries. Therefore, our company must build a strong logistics and transportation network to ensure goods are delivered to markets on time and at a reasonable price. Additionally, we must create a database of technical requirements from importing countries, such as fumigation, cold storage, phytosanitary certification, import permits, and customs declarations, to streamline the export and import process. This will help us avoid goods being held up at borders for long periods, which would affect both quality and customer trust.
加强农产品出口的物流和运输是确保产品质量、按时向客户交付货物并保持全球竞争力的关键核心。
由于缺乏物流基础设施,老挝在运输方面处于劣势,这使得出口商的运输成本高于许多其他农产品出口国。因此,我们公司必须建立强大的物流和运输网络,以确保货物能够及时、以合理的价格运往市场。此外,我们必须建立一个进口国技术要求数据库,包括熏蒸、冷藏、植物检疫证书、进口许可证和海关申报等,以简化进出口流程。这将有助于避免货物长时间滞留在边境,从而影响产品质量和客户信任